ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ
ປະກາດໃຫ້ນາຍທະຫານພັກການຮັບບຳນານ
ວັນທີ 14 ມີນາ 2023 ນີ້, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ມີບັນດາຕາງໜ້າກົມກອງ, ຫ້ອງການ ແລະ ບັນດາສະຫາຍທີ່ໄດ້ພັກການຮັບບຳນານ ເຂົ້າຮ່ວມ.
ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸ ມັດໃຫ້ນາຍທະຫານພັກການຮັບບຳນານ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ I ມາດຕາ 33 ແລະ ມາດຕາ 34, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ), ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງ ປ້ອງກັນປະເທດ ຕົກລົງເຫັນດີອະນຸມັດໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບພັກການຮັບບຳນານມີລາຍຊື່ດັ່ງລຸ່ມນີ້: ສະຫາຍ ພັນໂທ ຄຳແພງ ລຽງໄຊວັນ ຫົວໜ້າພະແນກອຸດໜູນ, ບຳນານ ແລະ ພັກແລ້ງກົມພະນັກງານ, ສະຫາຍ ພັນໂທ ກອງແກ້ວ ບຸນມີ ຫົວໜ້າພະແນກອຸປະໂພກ-ບໍລິໂພກ ຫ້ອງ ການບໍລິຫານ, ສະຫາຍ ພັນໂທ ສຸກສາ ຄອນ ວີຄຳຊາວ ຫົວໜ້າພະແນກໂຄສະນາ ແລະ ເຜີຍແຜ່ກົດໝາຍ, ພັນໂທ ບຸນສີ ສຸນິພົນ ຫົວໜ້າພະແນກຟື້ນ ຟູສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ຄຳພູ ວົງໄຊ ຮອງພະແນກກາຍຍະບຳບັດສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ບົວຄຳ ພິມມະສອນ ຫົວໜ້າຂະແໜງບຳບັດສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ນາງ ໄກສີ ວັງເວີນໂຂງ ຫົວໜ້າພະແນກຮ້ອງ ກອງສິລະປະກອນກອງທັບ, ສະຫາຍ ພັນໂທ ນາງ ມະນີພອນ ປັນຍາຮັກ ຊ່ວຍວຽກພະແນກອົບຮົມ ກອງສິລະປະກອນກອງທັບ, ສະຫາຍ ຮ້ອຍເອກ ຄຳຜຸຍ ຫຼ້າມຸນທາ ຊ່ວຍວຽກພະແນກແຜນ ການສັງລວມ ໜັງສືພິມກອງທັບ, ສະ ຫາຍ ຮ້ອຍໂທ ນາງ ຄຳຕົ້ນ ທຳມະວົງສໍ ຮອງຫົວໜ້າການທະຫານສູນເສຍອົງຄະພິເສດ 790 ພັກການຮັບເງິນອຸດ ໜູນບຳນານນັບແຕ່ງວດ 3 ສົກປີ 2023 ເປັນຕົ້ນໄປ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄຳເຫັນໂອ້ລົມຕໍ່ນາຍທະຫານທີ່ໄດ້ພັກການຮັບບຳນານໃນຄັ້ງນີ້ວ່າ: ໃຫ້ແຕ່ລະສະຫາຍທີ່ໄດ້ຮັບ ການພັກການຮັບບຳນານແລ້ວຈົ່ງສືບຕໍ່ດຳເນີນທຸລະກິດຄອບຄົວໃຜລາວ, ປະກອບສ່ວນເຮັດໜ້າທີ່ການເມືອງຂອງຕົນເຂົ້າຮ່ວມວຽກງານປ້ອງກັນຊາດປ້ອງ ກັນຄວາມສະຫງົບຢູ່ຂັ້ນບ້ານ ຫຼື ຂັ້ນເມືອງຕາມຄວາມຮຽກຮ້ອງຕ້ອງ ການຂອງອຳນາດການປົກຄອງຕາມຄວາມຮູ້ຄວາມສາມາດ ແລະ ເຫື່ອແຮງຂອງແຕ່ ລະສະຫາຍ ພ້ອມທັງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນສືບທອດ.
ແຫຼ່ງທີ່ມາ:ສົມຄິດ ພູມມີຈິດ
ວັນທີ 15/03/2023